ພວກເຮົາມຸ້ງໜັ້ນທີ່ຈະແນະນຳການປ່ຽນແປງທີ່ໝັ້ນຄົງມາສູ່ຊຸມຊົນທີ່ຢູ່ອອ້ມຮອບພວກເຮົາ ໂດຍຜ່ານການເສີມຄວາມເຂັ້ມແຂງດ້ານຄຸນນະພາບຊີວິດ ການສຶກສາ ແລະການມີສ່ວນຮ່ວມ ກິດຈະກຳຂອງພວກເຮົາເນັ້ນທີ່ຈະສ້າງຄວາມສຳພັນ ແລະ ສະໜັບສະໜູນໂດຍອາໃສຄວາມຮ່ວມມືທີ່ມີຄວາມໝາຍລະຫວ່າງພະນັກງານ ຫຸ້ນສ່ວນ ແລະ ຜູ້ໄດ້ຮັບຜົນປະໂຫຍດ ເຊິ່ງລວມໃປເຖິງເດັກນ້ອຍຜູ້ທຸກຍາກ ຜູ້ເຖົ້າຜູ້ແກ່ໂດຍພວກເຮົາຫວັງວ່າຈະສາມາດເປັນພະລັງຄວາມດີ ແລະ ເປັນແຮງບັນດານໃຈທີ່ສ້າງຄວາມເປັນໃປໄດ້ໃຫ້ເກີດຂື້ນຫລາຍໃນອານາຄົດ ຜ່ານການເປັນອາສາສະໝັກ ແລະ ເພື່ອບໍລິຈາກເພື່ອເປັນການກຸສົນ

ວັນທີ່18 ພຶດສະພາ 2022

 

CSR- ມູນລະນິທິ Blue Dragon ປະເທດຫວຽດນາມ

ເຖິງແມ່ນວ່າການເດີນທາງເພື່ອທຸລະກິດໃນປະເທດຫວຽດນາມຈະມີຄວາມຫຍຸ້ງຍາກຫລາຍທໍ່ໃດກໍ່ຕາມ ແຕ່ທ່ານມາລິໂອ ຊິ່ງ ປະທານຂອງພວກເຮົາ ແລະ ທ່ານລາຮຸນ ໂຊດີ ປະທານເຈົ້າໜ້າທີ່ບໍລິຫານພວກເຮົາ ບໍ່ເຄີຍລືມທີ່ຈະລົງພື້ນທີ່ເພື່ອຕອບແທນສັງຄົມ ຮ່ວມກັບທີມງານໃນປະເທດຫວຽດນາມ ໂດຍໄດ້ໃປຢ້ຽມຢາມມູນລະນິທິເດັກ Blue Dragone ແລະໄດ້ນຳເອົາອຸປະກອນການຮຽນສຳລັບເດັກທີ່ໄດ້ຮັບການຊ່ວຍເຫລືອມາຈາກຂະບວນການຄ້າມະນຸດ ແລະ ການຄ້າທາສ ຂອບໃຈທີ່ທຸກທ່ານໄດ້ໃຫ້ພວກເຮົາສ້າງຄວາມແຕກຕ່າງໃຫ້ກັບທ່ານ!

19 ມັງກອນ 2022

 

ກິດຈະກຳ CSR ທີ່ບ້ານເດັກ Rumah Aman ປະເທດມາເລເຊຍ

ໃນວັນທີ ພວກເຮົາກຳລັງເລີ່ມຕົ້ນປີ 2022 ດ້ວຍການປ່ຽນແປງ! ໂດຍການມອບອາຫານ ລວມໃປເຖິງສີ່ງຂອງຈຳເປັນອື່ນໆ ມາທີ່ບ້ານ Rumah Aman ໂດຍທີມງານ Fullerton Markets ຂອງພວກເຮົາໄດ້ຊ່ວຍສະໜັບສະໜູນພາລະກິດຂອງພວກເຂົາໃນການຈັດຫາເຮືອນ,ພວກເຮົາໄດ້ເອົາໃຈໃສ່ ແລະ ດ້ວຍຄວາມຮັກໃຫ້ແກ່ເດັກໆ ຊ່ວຍກັນເຮັດໃຫ້ໂລກນີ້ໜ້າຢູ່ ແລະ ປອດໄພຫລາຍຂື້ນ

18 ທັນວາ 2021

 

CSR- ສູນລ້ຽງເດັກກຳພ້າ Phuc Lam ປະເທດຫວຽດນາມ

ພວກເຮົາຢາກສົ່ງທ້າຍປີດ້ວຍການຕອບແທນ! ມູນລະນິທິ Fullerton ນຳໂດຍທີມຫວຽດນາມພວກເຮົາ ເຂົ້າໃປຫາສູນລ້ຽງເດັກກຳພ້າ Phuc Lam ໃນທ້າຍອາທິດ ພ້ອມກັບຮອຍຍິ້ມ ຄວາມຮັກ ອາຫານ ແລະ ສິ່ງຂອງຈຳເປັນອື່ນໆອີກ

16 ທັນວາ 2021

 

CSR- Gentle Hands ທີ່ ປະເທດຟິລີປິນ

Nicaela ໜຶ່ງໃນທີມງານຂອງພວກເຮົາ ເປັນຕົວແທນມູນລະນິທິ Fullerton ໃນລະຫວ່າງການຢ້ຽມຢາມ Gentle Hands ໃນປະເທດ ຟິລີປິນ ໂດຍໄດ້ນຳອາຫານແຫ້ງ ແລະສິ່ງຈຳເປັນປະເພດຕ່າງໆ ທີ່ເປັນສິ່ງຕ້ອງການຂັ້ນພື້ນຖານ ມາມອບໃຫ້ແກ່ເດັກໆ

5 ທັນວາ 2021

 

ມອບອາຫານແລະເຄື້ອງໃຊ້ໃນປະເທດອິນໂດເນເຊຍ

ໃນຊ່ວງເທດສະການແຫ່ງການໃຫ້ນີ້ ພວກເຮົາໄດ້ສົ່ງຄືນ ແລະ ສ້າງການປ່ຽນແປງ ໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ນຳໂດຍ ເລ ຊື້ອາຫາແລະສິ່ງຂອງຈຳເປັນອື່ນໆ ມອບໃຫ້ປະມານ100ຄອບຄົວໃນໝູ່ບ້ານພວກເຂົາ

15 ພະຈິກ 2021

 

CSR covid-19 ໃນປະເທດໄທ

ທີມໄທຂອງພວຫເຮົາໄກ້ຈັດສົ່ງອຸປະກອນການແພດ ເຊັ່ນ:ຢາຂ້າເຊື້ອ, ເສື້ອຄຸມ,ຜ້າອັດປາກ ແລະ ໜ້າກາກໃປໃຫ້ຫລາຍໆແຂວງ ຂອງໄທ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19ລວມເຖິງສິ່ງຂອງອື່ນໆເຊັ່ນ ຖັງດັບເພີງ ຍັງຖືກສົ່ງໃປໃຫ້ສະຖາບັນພະຍາບານ ແລະອາສາສະໝັກຢູ່ທາງພາກເໜືອຂອງປະເທດໄທ ເຊິ່ງໄດ້ຮັບຜົນຫະທົບຈາກໄຟໃໝ້ປ່າຢ່າງໜັກໜ່ວງໃນຊ່ວງຫຼາຍເດືອນຜ່ານມາ

10 ເມສາ 2021

 

ສະມາຄົມຊ່ວຍເຫລືອເດັກນ້ອຍຜະເທດສິງກະໂປ

ທີມງານພວກເຮົາຢູ່ທີ່ປະເທດສິງກະໂປໄດ້ເຮັດການຊື້ເຄື່ອງຢ່າງຫລວງຫລາຍ ແລະ ມອບຂອງຂັວນໃຫ້ກັບຜູ້ຮັບເຄື່ອງຈາກພວກເຮົາຢູ່ທີ່ສະມາຄົມຊ່ວຍເຫລືອເດັກນ້ອຍ ພ້ອມດ້ວຍອາຫານ ເຄື່ອງການຮຽນ ແລະຂອງໃຊ້ໃນຄົວເຮືອນ ຂອບໃຈທຸກໆທ່ານທີ່ມີສ່ວນຮ່ວມໃນຄັ້ງນີ້

26 ຕຸລາ 2020

 

ການຊ່ວຍເຫລືອໄພນ້ຳຖ້ວມ ຢູ່ທີ່ ປະເທດຫວຽດນາມ

ຈາກເຫດການນ້ຳຖ້ວມ ແລະ ດິນເຈື່ອນຢ່າງຮຸນແຮງເຮັດໃຫ້ປະຊາຊົນຫລາຍລ້ານຄົນໃນຕອນກາງປະເທດຫວຽດນາມສູນເສຍເຮືອນຊານ,ສິ່ງຂອງແລະແຫລ່ງທຳມາຫາກິນ ເຈົ້າໜ້າທີ່ Fullerton ຂອງພວກເຮົາ ໄກ້ບໍລິຈາກເຄື່ອງສິ່ງທີ່ຈຳເປັນຈຳນວນໜຶ່ງຜ່ານໜ່ວຍງານຮັບບໍລິຈາກໃນເມືອງໂຮຈິມິນເພື່ອໍ່ວຍເຫລືອບັນເທົາທຸກໃຫ້ກັບຊຸມຊົນທີ່ໄດ້ຮັບຜົນກະທົບທີ່ໂຊກຮ້າຍໃນຄັ້ງນີ້

21 ກັນຍາ 2020

 

ຄວາມຊ່ວຍເຫລືອສຳລັບພະນັກງານແຖວໜ້າໃນປະເທດຟິລາປິນ

ເຈົ້າໜ້າທີ່ທີມງານຟິບີປິນຂອງພວກເຮົາໄດ້ບໍລິຈາກອຸປະກອນປ້ອງກັນການຕິດເຊື້ອ ເຊິ່ງລວມເຖິງຜ້າອັດປາກ, Face shield ແລະ ເຈວແອວກໍຮໍຂ້າເຊື້ອໃຫ້ກັບພະຍາບານໃນພື້ນທີ່ ແລະ ໜ່ວຍງານທີ່ກຳລັງຕໍ່ສູ້ກັບການແຜ່ລະບາດຢ່າງບໍ່ເຄີຍມີມາກ່ອນ ຂອບໃຈສຳລັບການສະໜັບສະໜູນ ແລະ ການເສຍສະຫລະອັນຍິ່ງໃຫຍ່ຂອງທ່ານ

15 ເມສາ 2020

 

ການສົ່ງມອບສິ່ງຂອງຈຳເປັນໃນຊ່ວງ Covid -19 (ປະເທດໄທ)

ທີມງານພວກເຮົາໄດ້ຈັດສົ່ງອຸປະກອນກາຮແພດ ເຊັ່ນ ຢາຂ້າເຊື້ອ ເສື້ອຄຸມ ໜ້າກາກຶແລະ ເຟດຊິວ ໃຫ້ແຕ່ລະແຂວງຂອງໄທທີ່ໄດ້ຮັບຜົນຫະທົບຈາກໂຄວິດ-19ລວມໃປຮອດອຸປະກອນອື່ນໆເຊັນ ຖັງດັບເພີງ ຍັງຖືກສົ່ງໃປຫາສະຖາບັນພະຍາບານ ອາສາສະໝັກໃນພາຫເໝືອຂອງໄທ ເຊິ່ງໄດ້ຮັບຜົນກະທົບຈາກໄຟໄໝ້ປ່າຢ່າງໜັກໃນຊ່ວງທີ່ຜ່ານມາ

17 ມັງກອນ 2020

 

Sagip Kapamilya (ປະເທດຟິລີປິນ)

ຄົນປະເທດຟິລີປິນມີຊື່ສຽງທາງດ້ານ "ຈິດວິນຍານບາຍານິຮານ" ເຊິ່ງເປັນການລວບລວມຜູ້ຄົນຮອບຕົວມາສູ່ເຫດການໜື່ງຜ່ານຄວາມຮູ້ສຶກເລິກໆ ແລະ ຄວາມຮ່ວມມືໃນລະດັບຊຸມຊົນ ມັນເປັນຄວາມໝຸ້ງໝັ້ນກັບເພື່ອຮ່ວມງານຊາວຟິລີປິນຂອງພວກເຮົາໄດ້ສະແດງໂຕຕົນຂອງພວກເຂົາໃນຖານະທີ່ພວກເຂົາຊື້ສິ່ງຂອງ ແລະບໍລິຈາກເງິນໃຫ້ຜູ້ປະສົບໄພຈາກການລະເຍີດຂອງພູເຂົາໄຟ Taal ທີ່ຜ່ານມາ

18 ກັນຍາ 2019

 

Jimmy'sVillage School (ປະເທດກຳປູເຈຍ)

ທ່ານພອນລ່າ ເຈົ້າໜ້າທີຂອງພວກເຮົາໄດ້ເປັນຕົວແທນມູນລະນີທິ Fullerton ໃປຢ້ຽມຢາມໂຮງຮຽນ Jimmy's Village School ຢູ່ທີ່ບ້ານ ໃນ ແຂວງສຽມລຽບ ປະເທດກຳປູເຈຍ ໃນການຢ້ຽມຢາມຄັ້ງນີ້ໄດ້ນຳເອົາປັດໃຈຕ່າງໆເພື່ອໃປມອບໃຫ້ເດັກນ້ອຍຫລາຍກ່ອນ200ຄົນທີ່ເດີນທາງໃປຮຽນພາສາອັງກິດຢູ່ໂຮງຮຽນນີ້ອີກ

17 ກັນຍາ 2018

 

ສະຖານນີໂທລະທັດໄທທີວີສີຊ່ອງ3 (ປະເທດໄທ)

ມູນລະນີທິ Fullerton ນຳທີມໂດຍ ທ່ານມິ້ນ ແລະ ອາລິດໄດ້ຮ່ວມຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງ ອຸດອນ ໂດຍໄດ້ນຳອາຫານແຫ້ງ ແລະ ຢາຮັກສາໂລກໃປຍັງສູນຮັບບໍລິຈາກສະຖານນີໂທລະທັດຊ່ອງ3 ຕຶກມາລີນົນ ເພື່ອດຳເນີນການສົ່ງມອບຕໍ່ໃປຍັງຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້

26 ພຶດສະພາ 2019

 

ເຮືອນລ້ຽງເດັກກຳພ້າ SOS (ປະເທດຫວຽດນາມ)

ແມ່ນຫຍັງຈະດີກ່ອນການຈົບທິບທ່ອງທ່ຽວມາຢ້ຽມຢາມດານັງດ້ວຍຄວາມປາດຖະໜາດີ ມູນລະນິທິ Fullerton ໄດ້ເດີນທາງໃປເຮືອນເດັກ SOS ເພື່ອສົ່ງກຳລັງໃຈໃຫ້ເດັກໆ ໃນເຮືອນ ແລະ ນຳເຄື່ອງຕອງນ້ຳທີ່ຈຳເປັນໃນການໃຊ້ຊີວິດປະຈຳວັນມາມອບໃຫ້ ຂອບໃຈສຳລັບການເປັນເຈົ້າພາບທີດີມີນ້ຳໃຈ-ພົບກັນໃໝ່ໄວໆນີ້

20 ພຶດສະພາ 2019

 

Pusat Jagaan Anak Yatim ແລະ Miskin Sri Kundang (ປະເທດມາເລເຊຍ)

ໃນຂະນະທີ່ພວກເຮົາສະຫລອງມື້ Ramadan ເຊິ່ງມອບກຽດແກ່ຈິດວິນຍານຂອງເດືອນສັກສິດນີ້ ທາງມູນລະນິທິ Fullerton ໄດ້ບໍລິຈາກເງິນໃຫ້ກັບງານເພື່ອລະດົມທຶນກບເດັກກຳພ້າໃນປຸຕະຈາຍາຕອນແລງ ມັນເປັນຊ່ວງເວລາທີ່ມີຄວາມສຸກທີ່ໄດ້ໃຊ້ເວລາກັບເຫລົ່າເຍົາວະຊົນ ຂອບໃຈທີ່ໄດ້ຫ້ເຮົາເປັນສ່ວນໜຶ່ງໃນງານນີ້

25 ທັນວາ 2018

 

ສູນກູ້ໄພມູນລະນິທິຮ່ວມກັນຕັນຍູ (ປະເທດໄທ)

ທີມໄທພວກເຮົາໄດ້ເດີນທາງໃປສະມຸດປະການໃນຊ່ວງວັນຄິດສະມາດ ໂດຍໄດ້ໃປຢ້ຽມຢາມອາສາສະໝັກກູ້ໄພທີ່ສູນກູ້ໄພຮ່ວມກະຕັນຍູ ທາງທີມງານແມ່ນໄດ້ນຳເອົາອຸປະກອນການແພດຈຳນວນໜຶ່ງທີ່ຈຳເປັນ ເຊັນ ເຄື່ອງດູດຂີ້ກະເທິ ແລະ ກະເປົາພະຍາບານມາມອບໃຫ້ກັບໜ່ວຍກູໄພເພື່ອໃຊ້ປະໂຫຍດໃນກໍລະນີເກີດ້ຫດດ່ວນ ເຫດຮ້າຍ ແລະ ອຸບັດຕິເຫດ ຂອບໃຈສຳລັບການເສຍສະຫຼະເຮັດວຽກໜັກເພື່ອທຸກຄົນ

6 ຕຸລາ 2018

 

ບ້ານເດັກກຳພ້າ Teratak Nur Barakah ປະເທດມາເລເຊຍ

ທີມງານ Fullerton ປະຈຳມາເລເຊຍໄດ້ໃປຢ້ຽມຢາມເດັກທີ່ເຮືອນເດັກກຳພ້າ Teratak Nur Barakah ເມືອງ Shah Alam ໃນວັນທີ່6 ຕຸລາ2561 ແລະໄດ້ນຳອາຫານເຄື່ອງໃຊ້ ແລະກຳລັງໃຈຢ່າງເຕັມທີ່ໃປມອບໃຫ້ແກ່ເດັກໆ ນອກຈາກຈະເປັນທີ່ພັກແລ້ວ ບ້ານເດັກກຳພ້າແຫ່ງນີ້ຍັງສອນໜັງສືໃຫ້ກັບເດັກໆຊາຍແລະຜູ້ຫຍິງທີ່ໜ້າຮັກ25ຄົນ ຂອບໃຈເຈົ້າຂອງເຮືອນນ້ອຍໆທີ່ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ ແລະເປັນໝູ່ຫລິ້ນນຳກັນໝົດມື້

24 ກັຍາ 2018

 

ຊ່ວຍເຫລືອຜູ້ປະສົບໄພທີ່ໝູ່ບ້ນ Pohgading (ປະເທດອິນໂດເນເຊຍ)

Fullerton Markets ແລະ ກຸ່ມອາສາສະໝັກໄດ້ເດີນທາງໃປທາງຕາເວັນອອກຂອງເມືອ ລອມບອັກໃນວັນທີ່24 ກັນຍາ 2561 ແລະໄດ້ໃຊ້ເວລາໝົດມື້ເພື່ອໃຫ້ຄວາມຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວຫລາຍກວ່າ1000ຄົນທີ່ລໍຖ້າຮັບການຊ່ວຍເຫລືອຫລັງໄພພິບັດ ພວກເຮົາໄດ້ຊ່ວຍເຫລືອປະຖົມພະຍາບານລວມໃປຮອດບໍລິຈາກອາຫານແລະນ້ຳດື່ມ ທາງທີມງານຍັງໄດ້ບໍລິຈາກເຕັ້ນສຳລັບຄອບຄົວທີ່ສູນເສຍເຮືອນອີກດ້ວຍ ຂອບໃຈທຸກທ່ານທີ່ຮ່ວມສະແດງນ້ຳໃຈ ແລະມອບກຳບັງໃຈໃຫ້ກັບຊຸມຊົນຂອງພວຫເຮົາ

17 ກັນຍາ 2018

 

ສູນພັດທະນາການຈັດສັນສະຫວັດດີການສັງຄົມຜູ້ສູງອາຍຸແຂວງປະທຸມທານີ (ປະເທດໄທ)

ທ່ານມາລີໂອ້ ຊິ້ງ ແລະຜູ້ບັນຍາຍສາມທະຫານເສືອຂອງ Fullerton Markets ໄດ້ໃປຢ້ຽມຢາມຜູ້ສູງອາຍຸທີ່ເຮືອນພັກຄົນຊະລາລັງສິດ ຄອງ5 ໃນວັນທີ່ 17ກັນຍາ 2561 ແລະໄດ້ໃຊ້ເວລາຮ່ວມກັບເພື່ອນເພືອໂອ້ລົມລວມເຖິງການລ້ຽງອາຫານຜູ້ເຖົ້າຜູ້ແກ່ອີກດ້ວຍ ກ່ອນກັບທາງທີມງານໄດ້ບໍລິຈາກເຄື້ອງໃຊ້ທີ່ຈຳເປັນບາງສ່ວນໃຫ້ທາງເຮືອນພັກຄົນຊະລາ ເຊິ່ງໃຫ້ການຕ້ອນຮັບພວກເຮົາຢ່າງອົບອຸ່ນ ແລະຂອບໃຈຮຸ້ນສ່ວນທຸກໆທ່ານທີ່ຮ່ວມເຮັດບຸນນຳພວກເຮົາ ຂໍໃຫ້ຜົນບຸນນີ້ດົນບັນດານໃຫ້ທ່າຮເທສໄດ້ກຳໄລຕະຫລອດຫມົດປີ.

18 ສິງຫາ 2018

 

ສູນຊ່ວຍເຫລືອດ້ານມະນຸດສະທຳ Que Huong (ປະເທດຫວຽດນາມ)

Fullerton Markets ໄດ້ເດີນທາງໃປສູນຊ່ວຍເຫລືອດ້ານມະນຸດສະທຳ Que Huong ໃນປະເທດຫວຽດນາມ ໃນວັນທີ່18 ສິງຫາ 2018 ທີ່ຜ່ານມາ ພວກເຮົາໄດ້ບໍລິຈາກອາຫານແຫ້ງ ແລະ ເຄື້ອງໃຊ້ທີ່ຈຳເປັນ ແລະ ໄດ້ຢ້ຽມຢາມນ້ອງໆ ໃນສະຖານລ້ຽງເດັກກຳພ້າທີ່ເປັນແຫລ່ງພັກພາອາໄສໃຫ້ກັບເດັກນ້ອຍທີ່ຖືກຖິ້ມ 338ຄົນແລະໄດ້ຮ່ວມເຮັດກິດຈະກຳທີ່ມ່ວນຊື່ນນຳນ້ອງໆ Fullerton Markets ໄດ້ບໍລິຈາກໜັງສື ແລະອຸປະກອການຮຽນເພື່ອສະໜັບສູນໃຫ້ເດັກໆ ກ້າວໃປສູ່ຄວາມຝັນຂອງພວກເຂົາໃຫ້ເປັນຈິງ

21 ພຶດສະພາ 2018

 

ເທດສເພື່ອການກຸສົນ (ປະເທດໄທ)

ຫລັງຈາກງານເປີດໂຕສູນການຮຽນຮູ້ຢ່າງເປັນທາງການທີ່ຫາຈະຜ່ານພົ້ນໃປ CEO ຂອງເຮົາທ່ານມາລີໂອ້ ຊິ້ງ ໄດ້ຄືນກຳໄລສູ່ສັງຄົມຢ່າງໄວ ໂດຍໃນວັນທີ່21 ພຶດສະພາ ທ່ານມາລີໂອືແລະ ທີມງານ Fullerton markets ປະເທດໄທ ໄດ້ໃປຢ້ຽມຢາມເດັກໆຢູ່ທີ່ມູນລະນີທິເດັກອ່ອນໃນສະລຳຢູ່ກຸງເທບ ມູນລະນີທິນີ້ມີຂື້ນເພື່ອພັດທະນາຄຸນນະພາບຊີວິດຂອງເດັກນ້ອຍ ແລະ ເດັກອ່ອນຜູ້ທີ່ດ້ອຍໂອກາດໃນຊຸມຊົນກອງຂີ້ເຫຍື້ອ ເຊິ່ງທາງ Fullerton ໄດ້ບໍລິຈາກສົມທົບທຶນຄ່າອາຫານກາງເວັນໃຫ້ກັບເດັກໆ ໂດຍການໃປຢ້ຽມຢາມໃນຄັ້ງນີ້ ທາງພວຫເຮົາຕ້ອງຂໍຂອບໃຈ IB ແລະລູກຄ້າຂອງພວກເຮົາ ທ່ານສິນ ແລະ ທ່ານນ້ອງ ແລະທ່ານນິດ ທີ່ເດີນທາງມາຮ່ວມເຮັດບຸນກັບພວກເຮົາໃນຄັ້ງນີ້ດ້ວຍ.

20 ມັງກອນ 2018

 

ໄດ້ມີການຈັດກິດຈະກຳການກຸສົນທີ່ບາຕັນ ປະເທດອິນໂຕເນເຊຍ

Fullerton Markets ໄດ້ເດີນທາງໃປຍັງບາຕັນ ໃນວັນທີ່20 ມັງກອນ 2018 ເພື້ອຮ່ວມງານສຳມະນາທີ່ຈັດຂື້ນທຸກໆປີ ພະນັກງານທຸກຄົນແມ່ນໄດ້ຮ່ວມກັນໃນງານນີ້ປະກອບລົດຖີບ ຈາກນັນກໍ່ໄດ້ເອົາລົດຖີບດັ່ງກ່າວ ບໍລິຈາກໃຫ້ແກ່ເດັກໆ ຈາກເຮືອນເດັກກຳພ້າ Vistos Kasih Ikhas ແລະ Al Fateh ເດັກໆໄດ້ສະແດງໃຫ້ເຫັນເຖິງຄວາມສ້າງສັນ ແລະຄວາມສາມາດຂອງພວກເຂົາຢ່າງຈິງຈັງ ໂດຍການສະແດງຮ້ອງເພງແລະຟອ່ອນໃຫ້ກັບພວກເຮົາທຸກຄົນ

7 ທັນວາ 2017

 

ກິດຈະກຳການກຸສົນທີ່ແຂວງຊຽງໃໝ່ (ປະເທດໄທ)

Fullerton Markets ໄດ້ເດີນທາງໃປຍັງແຂວງຊຽງໃໝ່ ໃນວັນທີ່ 7 ທັນວາ 2017 ເພື່ອຢ້ຽມຢາມສູນສົງເຄາະບຸກຄົນມີປັນຍາອອ່ນພາກເໝືອ ພວກເຮົາໄດ້ນຳອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນເພື່ອມາແຈກຢາຍ ແລະນອກນັ້ນຍັງໄດ້ປ້ອນອາຫານໃຫ້ກັບນ້ອງໆໃນສູນ ຈາກນັ້ນພວກເຮົາຍັງໃຊ້ເວລາຮຽນຮູ້ກ່ຽວກັບການພັດທະນາການທາງປັນຍາຂອງເດັກໆ ແລະ ຮູ້ສຶກເປັນກຽດຢ່າງຫລວງຫາຍທີ່ໄດ້ເປັນສ່ວນຮ່ວມກິດຈະກຳໃນຄັ້ງນີ້.

28 ພະຈິກ 2017

 

ກິດຈະກຳການກຸສົນທີ່ວຽງຈັນ (ປະເທດລາວ)

ກິດຈະກຳການກຸສົນທີ່ວຽງຈັນ (ປະເທດລາວ) Fullerton Markets ໄດ້ເດີນທາງໃປຍັງບ້ານເດັກພິການທາງສາຍຕາບອດ ແລະ ຫູ ໜວກຢູ່ນະຄອນຫລວງວຽງຈັນ ໃນວັນທີ່ 28 ພະຈິກ 2017 ພວກເຮົາໃຊ້ເວລາໝົດມື້ໃນການຮ່ວມກິດຈະກຳຕ່າງໆກັບເດັກ ພວກເຮົາທຸກຄົນໄດ້ບໍລິຈາກແລະປ້ອນອາຫານ ນອກຈານີ້ເດັກໆຍັງສອນພາສາມື -ນີ້ນັບເປັນປະສົບການທີ່ເປີດັເປີດຕາໃຫ້ກັບພວກເຮົາຢ່າງແທ້ຈິງ

25 ສິງຫາ 2017

 

ກິດຈະກຳການກຸສົນທີ່ແຂວງຊຽງໃໝ່ (ປະເທດໄທ)

Fullerton Markets ໄດ້ເດີນທາງໃປສູນສົງເຄາະເດັກກຳພ້າ ວັດດອນຈັ່ນ ແຂວງຊຽງໃໝ່ ໃນວັນທີ່25 ສິງຫາ 2017 ທາງທີມງານໄດ້ຮັບກຽດນຳອາຫານ ແລະເຄື່ອງໃຊ້ທີ່ຈຳເປັນຕໍ່ເດັກໃປບໍລິຈາກ ແລະ ໃປຢາມເດັກກຳພ້າຢູ່ທີ່ວັດ ທັ້ງນີ້ຍັງຮູ້ລະບົບການຈັດການໃຫ້ການສຶກສາແກ່ເດັກນ້ອຍ ທີມງານພວກເຮົາຂໍຂອບໃຈແຂວງຊຽງໃໝ່ທີ່ໄດ້ຮັບຕ້ອນຢ່າງອົບອຸ່ນ

18 ມິຖຸນາ 2017

 

ກິດຈະກຳການກຸສົນໃນແຂວງນົນທະບູລີ (ປະເທດໄທ)

Fullerton Markets ໄດ້ປະສົບຫານທີ່ບໍ່ເຄີຍໄດ້ສຳພັດມາກ່ອນ ເພື້ອໃປຢ້ຽມຢາມເດັກກຳພ້າຜູ້ຫຍິງເຖົ້າໃນແຂວງນົນທະບູລີ ໃນວັນທີ່18 ມິຖຸນາ 2017 ພວກເຮົາທຸກຄົນໄດ້ບໍລິຈາກ ແລະປ້ອນອາຫານໃຫ້ກັບນ້ອງໆ ນອກຈາກນີ້ຍັງໄດ້ໃປຢ້ຽມຢາມເດັກທີ່ພິການທີ່ບໍ່ສາມາດຊ່ວຍໂຕເອງໄດ້ ນັບຖືວ່າເປັນມື້ທີ່ໄດ້ຮ່ວມກິດຈະກຳທີ່ມີຄວາມໝາຍແລະຄວາມສຳຄັນຫລາຍຕໍ່ທີມງານພວກເຮົາ

FM_Logo_White-app-1

ດາວໂຫຼດແອັບພິເຄຊັນໃນວັນນີ້

  • cta-google_Play _lao
  • cta-appstore_lao